ພວກເຮົາສ້າງຊອບແວດ້ວຍປະສົບການທີ່ເໜືອກວ່າ

ດ້ວຍປະສົບການສ້າງຊອບແວທີ່ມີຫຼາຍກວ່າ 10 ປີ ບໍ່ວ່າຈະເປັນປະສົບການທາງດ້ານພັດທະນາໂປຣແກຣມ ແອັບມືຖື ເວັບໄຊລວມທັງ Front-End, Back-End ໃຫ້ທ່ານໝັ້ນໃຈວ່າ ເຮົາຈະພາທ່ານກ້າວໄປທາງໜ້າດ້ວຍກັນ


...
Desktop Application

ພວກເຮົາມີສົບການໃນການພັດທະນາລະບົບ ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ລະບົບເງິນກູ້ ແລະ ອີກຫຼາກຫຼາຍລະບົບ ເຊິ່ງໃຊ້ພາສາທີ່ມາດຕະຖານສູງ ບໍ່ວ່າຈະເປັນ C#, VB.NET ແລະ ໃຊ້ຖານຂໍ້ມູນ Microsoft SQL Server

...
Mobile Application

ພວກເຮົາມີຄວາມຊຳນານໃນການພັດທະນາແອັບມືຖື ໂດຍນຳໃຊ້ເຄື່ອງມືທີ່ເປັນ Cross-platform (ໃຊ້ໄດ້ທັງ iOS ແລະ Android) ໂດຍນຳໃຊ້ Flutter ແລະ ສາມາດຂຽນແບບ Native ໄດ້ ສຳລັບ iOS ແລະ Android

...
Web Application

ການພັດທະນາເວັບໄຊ ແມ່ນພວກເຮົາມີຄວາມສາມາດຢ່າງຍິ່ງ ບໍ່ວ່າຈະເປັນເວັບໄຊ ສຳລັບອົງກອນ ຫຼື ບໍລິສັດ ຫຼື ລະບົບ E-Commerce ຕ່າງ ໂດຍນຳໃຊ້ເຄື່ອງມືທີ່ທັນສະໄໝ ບໍ່ວ່າຈະເປັນ Angular, Vue.js, Nuxt.js, PHP, .NET Core ແລະ ອີກຫຼາກຫຼາຍ


ເປົ້າໝາຍໃນການພັດທະນາຊອບແວຂອງພວກເຮົາ

ເປົ້າໝາຍພວກເຮົາແມ່ນຢາກເຫັນປະສົບການທີ່ດີ ສຳລັບລູກຄ້າໃນການນຳໃຊ້ຊອບແວຈາກພວກເຮົາ ແລະ ໄດ້ຮັບບໍລິການທີ່ດີຈາກການໃຂ້ບໍລິການນຳພວກເຮົາ


ໃຫ້ຄວາມສຳຄັນກັບປະສົບການຜູ້ໃຊ້ UX/UI

ການໃຊ້ງານທີ່ງ່າຍແມ່ນເປັນຈຸດເລີ່ມຕົ້ນທີ່ດີ ແລະ ສ້າງປະສົບການທີ່ດີໃຫ້ລູກຄ້າຢາກນຳໃຊ້ແບບຈິງຈັງ ແລະ ຫຼົງຮັກຊອບແວຂອງເຮົາ

ໃຫ້ຄວາມສຳຄັນກັບປະສິດທິພາບລະບົບ

ນອກຈາການໃຊ້ງານທີ່ງ່າຍແລ້ວລະບົບຊອບແວ ຕ້ອງສະຖຽນ ແລະ ມີຄວາມໄວໃນການໃຊ້ງານ

ຮັບປະກັນລະບົບສາມາດໃຊ້ງານໄດ້ຕະຫຼອດ

ລະບົບຊອບແວທີ່ດີຕ້ອງຮັບປະກັນວ່າໃຊ້ງານໄດ້ຕະຫຼອດ ບໍ່ຊ້າ ບໍ່ຄ້າງ ແລະ ບໍ່ເຮັດໃຫ້ຜູ້ໃຊ້ໄດ້ລໍຖ້າ



ເລີ່ມສ້າງຊອບແວທີ່ມີປະສິດທິພາບກັບພວກເຮົາ

ພວກເຮົາພ້ອມໃຫ້ບໍລິການ ແລະ ໃຫ້ຄຳປຶກສາທາງດ້ານການພັດທະນາຊອບແວ ໃຫ້ແກ່ທ່ານ.